ບໍລິສັດ ພລາເນັດ ຈຳກັດ ໄດ້ຮັບລາງວັນ “ນັກທຸລະກິດຊັ້ນນຳດີເດັ່ນ ຈາກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ (ສຄອຊ) ໃນໄລຍະ ໂຄວິດ-19” ປະຈໍາປີ 2021

ບໍລິສັດ ພລາເນັດ ຈຳກັດ ໄດ້ຮັບລາງວັນ “ນັກທຸລະກິດຊັ້ນນຳດີເດັ່ນ ຈາກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ (ສຄອຊ) ໃນໄລຍະ ໂຄວິດ-19” ປະຈໍາປີ 2021

.....................................

ໃນວັນທີ 29 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ທ່ານ ນາງ ມະໂນລີ ເຄນນາວົງ ອຳນວຍການບໍລິສັດ ພລາເນັດ ຈໍາກັດ ໄດ້ຂຶ້ນຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນຂອງ ສຄອຊ ໃນໄລຍະໂຄວິດ-19 ປະຈຳປີ 2021 ມອບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ແລະໃນໂອກາດສຳຄັນນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກັບບັນດາພາກສ່ວນທຸລະກິດ ໂດຍໄດ້ຢືນຢັນອີກເທື່ອໜຶ່ງວ່າພາກລັດ ແລະ ພາກທຸລະກິດ ແມ່ນຫຸ້ນສ່ວນສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ໃນຂະບວນການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.