ບໍລິສັດ ພລາເນັດ ຈໍາກັດ ນໍາສະເໝີກາໝາຍການຄ້າໃຫມ່ຢ່າງເປັນທາງການ ໃນວັນທີ 22 ກໍລະກົດ 2021

ຈຸດປະສົງຂອງການປ່ຽນໂລໂກ້ໃໝ່

ນັບແຕ່ປີ 2011 ເປັນຕົ້ນມາ, ພລາເນັດ ບໍ່ໄດ້ມີການປ່ຽນ Logo ແລະ ໃນການປ່ຽນຊື່ຈາກ ບໍລິສັດ ພລາເນັດ ຄອມພິວເຕີ ມາເປັນ ບໍລິສັດ ພລາເນັດ ຈຳກັດ ໃນປີ 2018 ກໍຍັງໃຊ້ Logo ເກົ່າ. ມາຮອດທ້າຍປີ 2020 ເປັນຕົ້ນມາ ພລາເນັດ ຈື່ງໄດ້ຕົກລົງປ່ຽນ Logo ແລະ ສີໃໝ່ ເພື່ອໃຫ້ມີຄວາມທັນສະໄໝ ແລະ ເປັນສັນຍາລັກທີ່ມີລັກສະນະສະເພາະຂອງພລາເນັດ. ພ້ອມກັນນັ້ນ, ກໍຍັງສ້າງສີສັນທີ່ຫຼາກຫຼາຍໃນວົງການ ຂອງບໍລິສັດ ທີ່ໃຫ້ບໍລິການດ້ານໂທລະຄົມ ແລະ ອິນເຕີເນັດໃນລາວອີກດ້ວຍ.